ອາທິດນີ້ ຮູ້ສຶກວ່າຜ່ານໄປໄວ…. ເອ໊ ຫຼື ເປັນນຳເຮົາ ເຝົ້າເຮັດວຽກ ແລະ ບໍ່ໄດ້ລໍຖ້າ ຫຼື ບໍ່ມີຫຍັງຕ້ອງຫ່ວງ ຈຶ່ງເຮັດໃຫ້ມັນ(ຮູ້ສຶກວ່າມັນ)ຜ່ານໄປໄວຂຶ້ນ ສອງມຶ້ຕົ້ນອາທິດ… ກະໄປຝຶກອົບຮົມ… ສິ່ງທີ່ໜ້າສົນໃຈໃນການຝຶກອົບຮົມຄັ້ງນີ້ ກະອາດຈະເປັນບໍລິການໃໝ່ຂອງ ບໍລິສັດ ເຊິ່ງອັນທີ່ສົນໃຈກວ່າໝູ່ແມ່ນ HSPA (3G Service) ເຊິ່ງເປັນອິນເຕີເນັດຄວາມໄວສູງ ຜ່ານເຄືອຄ່າຍ 3G, ລາຄາໜ້າສົນໃຈ ອິອິ ທຽບກັບຄວາມໄວທີ່ (ອາດຈະໄດ້) 7.2Mbps ກັບລາຄາ 340,000 ກີບ ມັນເຮັດໃຫ້ເຮົາຕ້ອງການຢາກຈະໃຊ້ໄວໆ ເພາະຮູ້ສຶກເບື່ອກັບເນັດ Wimax 128kbps ລາຄາ 350,000 ກີບຕໍ່ເດືອນທີ່ໃຊ້ຢູ່, ຕາມທີ່ໄດ້ລອງຕໍ່ເນັດຜ່ານມືຖື 3G ແລະ ໃຊ້ speedtest.net ກະເຫັນຄວາມໄວຢູ່ທີ່ 1.8 Mbps, ເຖິງຈະໄດ້ບໍ່ເຕັມ ແຕ່ກະຍັງຮູ້ສຶກດີ ອີກຢ່າງກະອາດເປັນຂີດຈຳກັດຂອງໂທລະສັບເອງ ບາງທີ (ຄິດເຂົ້າຂ້າງໂຕເອງ) ຖ້າໃຊ້ໂມເດັມດີໆ ອາດໄດ້ຄວາມໄວເພີ່ມຂຶ້ນ. ອີກອັນທີ່ໜ້າສົນໃຈແມ່ນ Wimax ເຫັນໃນໃບໂຄສະນາ ວ່າໄດ້ຄວາມໄວຮອດ 15Mbps ໃນລາຄາ 430,000 ຕໍ່ເດືອນ ທີ່ເວົ້າມາທັງໝົດນັ້ນ ບໍ່ໄດ້ຈຳກັດການດາວໂຫຼດ…..
ກະໄດ້ແຕ່ຫວັງວ່າ ບໍລິການໃໝ່ນີ້ ຈະເຮັດໃຫ້ລຸກຄ້າ ບໍ່ຜິດຫວັງເນາະ… ເຮັດໃຫ້ເຂົາໃຊ້ບໍລິການ ເພາະພໍໃຈໃຊ້ ບໍ່ແມ່ນຍ້ອນບໍ່ມີຕົວເລືອກ ຫຼື ຈຳໃຈ ຮະຮະ
ຄິດຫຍັງບໍ່ອອກລະຕອນນີ້….. ຄິດອອກລະຈະມາຈົ່ມໃໝ່
ເລື່ອງຊີວິດຄູ່ກະເຫີ່ ຢູ່ເທິງເສັ້ນທາງ ກູໆກະໆ ຮັກກັນດົນໆ ບາງຢ່າງກະຄືຈືດຈາງ ແຕ່ທີ່ມາພ້ອມກັນ ກະເປັນຄວາມຜູກພັນ ທີ່ເຮັດໃຫ້ເຮົາ ປະຄັບປະຄອງຄວາມຮັກຂອງເຮົາໄປ ກະຂໍໃຫ້ໄປເຖິງຝັ່ງຝັນ (ຂ້ອຍຈະພະຍາຍາມ) ແຕ່ຖ້າມັນບໍ່ຕາມນັ້ນ ກະບໍ່ເປັນຫຍັງ
ສິ່ງໃດ ເປັນຂອງເຮົາ ມັນກະຍັງຄົງ (ຈະ) ເປັນຂອງເຮົາຫັ້ນລະ ຂໍແຕ່ຢ່າຍອມແພ້ກະແລ້ວກັນ
Que sera sera
ບໍ່ໄດ້ເຂົ້າມາຂຽນບລ໋ອກກະດົນລະ, ມື້ນີ້ ກະເລີຍຫາໂອກາດມາປັດຝຸ່ນຈັກໜ້ອຍ, ເພາະບໍ່ຮູ້ຈະເຮັດຫຍັງ ເນື່ອງຖືກຝຽນຍາມຫ້ອງການ ຕັ້ງໃຈວ່າຈະເອົາວຽກມາເຮັດນຳ ແຕ່ກະບໍ່ຄິດອອກຈະເຮັດ (ຄ້ານຫັ້ນລະ ເວົ້າງ່າຍໆ) ນັງເບິ່ງເຂົາປະກວດນາງສາວລາວ ລະກະຫາໂຫຼດບິດ ອິອິ, ຫາຜົນປະໂຫຍດຈາກເນັດໄວ ອິອິ.
ເຖິງຕອນນີ້ ກະຮູ້ສຶກວ່າຊີວິດມີການປ່ຽນແປງໄປຫຼາຍເຕີບ ຫຼັງຈາກໄດ້ຕັດສິນໃຈ ອອກຈາກພາດທາມທີ່ໄດ້ເຮັດ, ເຊິ່ງຫຼາຍໆຄົນກະຕຳນິ ໃນການຕັດສິນໃຈ ທີ່ບໍ່ຮອບຄອບປານໃດ, ແຕ່ເນື່ອງຈາກວ່າ ມັນກະຜ່ານໄປແລ້ວ ເວົ້າຄືນມາ ກະບໍ່ມີຫຍັງດອກ, ເຮັດມື້ນີ້ໃຫ້ດີທີ່ສຸດຫັ້ນລະ ແລະ ກະເຊື່ອວ່າມັນຈະດີຂຶ້ນມາເອງ.
ວຽກໃໝ່ ກະຍັງບໍ່ທັນລົງຕົວປານໃດ, ແຕ່ກະສະບາຍສະບາຍ ເປັນກັນເອງດີ, ເຮົາເອງກະມີເວລາຫວ່າງຫຼາຍຂຶ້ນ ເຊິ່ງກະຮູ້ສຶກວ່າ ບໍ່ຄ່ອຍໄດ້ໃຊ້ໃຫ້ເປັນປະໂຫຍດປານໃດ, ແນວໃດກະຊິພະຍາຍາມຂຽນບລັອກນີ້ລະ ເພື່ອຈະໄດ້ມີໄອເດຍດີໆ
ພໍຊ່ຳນີ້ລະ
ຊີວິດບໍ່ສິ້ນ ກະດິ້ນກັນຕໍ່ໄປ

ຄືນນີ້ ຂອ້ຍບໍ່ອາດຫຼັບຕາລົງໄດ້ ບໍ່ຮູ່ວ່າເລື່ອງລາວຕ່າງໆ ມັນແລ່ນເຂົ້າມາໃນຫົວໄດ້ແນວໃດ, ຮູ້ສຶກທໍ້ແທ້ໃນໃຈ ກັບຄວາມຮັກ ທີ່ມັນມາໄກ ເກີນກວ່າທີ່ຈະກັບໄປເລີ່ມຕົ້ນໃໝ່, ແຕ່ມັນກະອ່ອນລ້າເຫຼືອເກີນ ທີ່ຈະໄປຕໍ່, ຄວາມຮັກ ມັນບໍ່ໄດ້ຫວານຄືແຕ່ກ່ອນ ມັນເປັນເພາະຫຍັງ? ເພາະເຮົາບໍ່ມີເວລາໃຫ້ກັນແລະກັນແມ່ນຫວາ? ຫຼືວ່າເປັນເພາະເຮົາ ຮູ້ຈັກກັນດົນເກີນໄປ ຈົນໝົດຄວາມຕຶ່ນເຕັ້ນແລ້ວ ເຈົ້າຈຶ່ງພະຍາຍາມເບິ່ງຫາຄົນໃໝ່, ຫຼືວ່າເຈົ້າຍັງບໍ່ແນ່ໃຈ ວ່າຄົນທີ່ກຳລັງເບິ່ງຫານັ້ນ ເຂົາຈະດີພໍ ທີ່ເຈົ້າຈະໄວ້ເນື້ອເຊື່ອໃຈ ແລະ ຝາກທຸກຝາກໄຂ້ໄວ້ໄດ້, ຖ້າມື້ທີ່ເຈົ້າໝັ້ນໃຈມາເຖິງ ເລື່ອງມັນຈະຈົບລົງແບບໃດ ເຈົ້າກໍຄົງຈະຈາກກັນໄປແມ່ນບໍ່, ມັນບໍ່ແປກເລີຍ ຖ້າມັນເປັນແບບນັ້ນ ເພາະມັນກະຈະສະແດງໃຫ້ເຫັນວ່າ ເຮົາກະເປັນພຽງຄູ່ຮັກທຳມະດາທົ່ວໄປ ທີ່ເມື່ອເຈີສຶ່ງທີ່ດີກວ່າກະຕ້ອງໄປ ດັ່ງທີ່ເຂົາເວົ້າວ່າ ບໍ່ມີຮັກຈິງ ໃນຊີວິດໄວລຸ້ນ. ເສຍດາຍ ຖ້າວັນນັ້ນມາເຖິງ ເສຍດາຍ ກັບສິ່ງດີໆທີ່ເຄີຍມີ ທີມັນຈະກາຍເປັນບາດແຜໃນຈິດໃຈ
ໃນເວລາທີ່ຂ້ອຍຮູ້ສຶກວ່າ ຂ້ອຍກຳລັງຮັກເພີ່ມຂຶ້ນ ແຕ່ກັບຮູ້ສຶກວ່າ ຮັກຂອງເຈົ້າ ກຳລັງຫຼຸດລົງ…..
…. ເຮັດໃຫ້ເຮົາຮັກ ແລະ ຜູກພັນກັນຫຼາຍຂຶ້ນ ແຕ່ມັນກໍເຮັດໃຫ້ເຮົາ ຫຶງຫວງຫຼາຍຂຶ້ນ ຍາກທີ່ຈະຕັດໃຈ ເມື່ອເຖິງເວລາທີ່ຕ້ອງຈາກ………
ເຫີ້ ຜ່ານໄປແລ້ວ ກັບເວັບທຳອິດໃນຊີວິດ ທີ່ໄດ້ຂຶ້ນໄປເຜີຍແຜ່ ເທິງໂລກອິນເຕີເນັດ, ມີຫຼາຍໆບັນຫາ ທີ່ໄດ້ພົບເຈີ ແລະກໍໄດ້ເຂົ້າໃຈອີກວ່າ ເຮັດໄດ້ ກັບ ເຮັດເປັນ ມັນຕ່າງກັນ.
ມີຫຼາຍໆຄົນ ທີ່ເຫັນແລ້ວ ກໍຖອດໃຈ ກັບເວັບຂອງຂ້ອຍ ແລະ ຂ້ຍກໍຮູ້ ວ່າເວັບຂອງຂ້ອຍຍງຢູ່ໃນຈຸດເລີ່ມຕົ້ນ. ຫຼາຍໆຄົນ ຖາມຂ້ອຍວ່າ ເປັນຫຍັງ ບໍ່ໃຊ້ພາສາ PHP ແທນ (ລືມບອກວ່າ ເວັບຂ້ອຍ ໃຊ້ HTML + CSS ລ້ວນໆ), ຂ້ອຍກໍຢາກເຮັດແບບນັ້ນລະ ແຕ່ເຮັດແນວໃດ ເມື່ອ PHP ຂ້ອຍກໍພໍອ່ານອອກ ຍັງບໍ່ເຖິງຂັ້ນຈະນຳໃຊ້ໄດ້……. ຖ້າໃຊ້ PHP ຊ້ອຍບໍ່ແນ່ໃຈ ວ່າຂ້ອຍຈະເຮັດໄດ້ເທົ່າກັບທີ່ຂ້ອຍໃຊ້ HTML ຫຼືບໍ່
ເຖິງຢ່າງໃດ ກໍຂອບໃຈ ສຳລັບຄຳແນະນຳຂອງທຸກໆຄົນ….
ບໍ່ຢາກໃຊ້ຄຳນີ້ເລີຍ ແຕ່ກະບໍ່ຮູ້ຈະໃຊ້ຄຳໃດທີ່ເໝາະສົມ ກັບຄົນພວກນີ້, ຄິດໄປຄິດມາ ກະຄ້າຍໆສະແປມ 555
ຢູ່ດີໆກະມາແຫລະ:
“ທີ່ຮັກ ເຮັດຫຍັງຢູ່” (ໃຜທີ່ຮັກ? ຂ້ອຍມີທີ່ຮັກຄົນດຽວ…)
ສົ່ງຕອບໄປ ==> ໃຜນິ?
“ແຟນໃຫມ່ເຈົ້າເດ ດຽວຈະໄປນອນນຳຢູ່ບ້ານເດີ” (ອ້າວ ມີແຟນໃຫມ່ຕອນໃດ ຍັງຮັກກັນດີກັບແຟນ, ເວົ້າລະວ່ານອນນຳ)
ສົ່ງຕອບໄປ ==> ຄືເວົ້າຊີ້ ບໍ່ອາຍແດ່ເບາະ?
“ຊິເຮັດແນວໃດ ແນວຮັກເຈົ້າແຮງ” (ຮັກແຮງ ຂະຫນາດ)…..
ຄຳ່ໆ ມາອີກລະ
“ທີ່ຮັກ ດຽວເຂົ້າໄປນອນນຳເດີ ຖ້າແດ່” ????
ເຫີ້………ຄົນເຮົາ
ເຊົ້າວັນທີ 1 ຂອງເດືອນແຫ່ງຄວາມຮັກ…..
ຕຶ່ນຂຶ້ນມາດ້ວຍອາການມຶນໆ ເນື່ອງຈາກເປັນເຊົ້າວັນອາທິດ ທີ່ປົກກະຕິຈະບໍ່ຄ່ອຍຈະເຮັດຫຍັງໃນວັນອາທິດ ແຕ່ເນື່ອງຈາກວ່າ ວັນເສົາທີ່ຜ່ານມາ ນ້ຳປະປາບັງເອີນບໍ່ມາ, ເຊົ້າມື້ນີ້ ກໍເລີຍຕ້ອງໄດ້ຕຶ່ນມາ ມ້ຽນເຮືອນ, ຊັກເຄື່ອງ… ລະຫວ່າງທີ່ເຮັດວຽກຢູ່ນັ້ນ ກໍຄິດໆເຖິງເລື່ອງມື້ຄືນທີ່ໄດ້ເຈິະມາ ຮູ້ສຶກວ່າມື້ຄືນ ຈະຖືກທັບຖົມໂດຍບໍ່ຮູ້ໂຕ ແລະ ບໍ່ສາມາດປະຕິເສດໄດ້ເລີຍ, ເລື່ອງມັນກໍມີຢູ່ວ່າ ຕອນຄ່ຳຂອງມື້ວານມີໝູ່ໂທມາຊວນ ໄປຮ້ອງຄາຣາໂອເກະ, ກໍເລີຍຖາມກັບໄປວ່າມີໃຜແດ່ ມັນກະຕອບວ່າ ***ກູ ກັບໝູ່, ເຮົາກໍຕົກລົງວ່າໄປກໍໄປ ເພາະກຳລັງເຊັງ, ເມື່ອໄປຮອດຮ້ານຄາຣາໂອເກະ ກະມີໝູ່ຂອງບັກໝູ່ເຮົາອອກມາຕ້ອນຮັບ ພໍແຕ່ເຂົ້າໄປໃນຫລັງຈາກການແນະນຳໂຕຈົບລົງ ບັນຍາກາດໃນຫ້ອງ ກໍປ່ຽນທັນທີ, ເພາະບັງເອີນໄປເຈີຄົນຮູ້ຈັກ ທີ່ຕອນຢູ່ບ້ານ ເຂົາພະຍາຍາມທີ່ຈະທຳຕົວໂດດເດັ່ນ (ທັ້ງໆທີ່ເຂົາບໍ່ຈຳເປັນຕ້ອງເຮັດໃຫ້ໂດດເດັ່ນເລີຍ ກໍເດັ່ນຢູ່ແລ້ວ ສຸດທ້າຍຄວາມພະຍາຍາມທີ່ຈະໂດດເດັ່ນ ກໍສຳເລັດ ແຕ່ເດັ່ນໃນທາງກັບກັນ….. ສຸດທ້າຍ ກະມາເອົາດີຢູ່ວຽງຈັນດີກວ່າ) ທ່າທາງ ແລະສາຍຕາຂອງເຂົາ ທີ່ເບິ່ງມາຫາເຮົາ ປະມານວ່າ….. ເອີ ມຶງກະມີປັນຍາມາທ່ຽວແບບນີ້ໄດ້ເນາະ. ເຮົາກະບໍ່ໄດ້ຄິດຫຍັງ ເພາະເກງໃຈໝູ່ ແຕ່ຮູ້ສຶກວ່າບັນຍາກາດມັນຈະເລີ່ມບໍ່ຄ່ອຍມ່ວນ ເລີ່ມມີການທັບຖົມກັນດ້ວຍສຽງເພງ ແລະ ທ່າທາງກະປະມານວ່າ ເກັງສຸດຂີດ. ບໍ່ຮູ້ວ່າລາວ ຄິດຫຍັງຢູ່ ແຕ່ຄົງຈະປະມານວ່າ ຢ້ານເຮົາມາຈັບຜິດ, ແລະ ບໍ່ຢາກໃຫ້ນຳເອົາເລື່ອງຂອງເພິ່ນຕອນນີ້ (ທີ່ເບິ່ງແລ້ວ ….. ອືມ..ຖອດໃຈ) ໄປເລົ່າຢູ່ບ້ານ, ເຮົາລະຢາກຮ້ອງບອກດັງໆເລີຍວ່າ ເຮົາບໍ່ໄດ້ພິດສະຫວາດອິຫຍັງລາວດອກ ຖ້າລາວເຮັດບໍ່ຮູ້ຈັກເຮົາ ກະບໍ່ມີໃຜຮູ້ດອກ ວ່າລາວກັບເຮົາຮູ້ຈັກກັນ ເຮົາບໍ່ມັກເວົ້າເລື່ອງໃຜຢູ່ແລ້ວ (ໄດ້ແຕ່ຄິດ ບໍ່ກ້າບອກລາວ), ເຖິງຕອນເຊັກບິນ ກະມີການທັບຖົມກັນອີກ, ບໍ່ໃຫ້ເຮົາກັບໝູ່ເຫັນບິນ ຖາມຈ່າຍນຳກະບອກວ່າບໍ່ເປັນຫຍັງ (ແທ້ບໍ?) ສາຍຕາກະປະມານວ່າ ເຫີ….ເລື່ອງຫຍັງຊິໃຫ້ຈ່າຍເສຍປຽບຕັວະ ຢ່າງມຶງນະມີປັນຍາມາຈ່າຍໃຫ້ກູ….. (ຄວາມຈິງ ຢາກບອກວ່າຂອບໃຈ ອິອິ) ອອກຈາກຮ້ານມາດ້ວຍຄວາມເຊັງ ໝູ່ເຮົາກະເຊັງ ເພາະບໍ່ມີໃຜຮູ້ສຶກດີ ທີ່ຖືກທັບຖົມຕອນເຊັກບິນ…. ສຸດທ້າຍກະຕັດສິນໃຈໄປຕໍ່ (ແຍກວົງ) ກັບຮອດບ້ານກະເກືອບສາມໂມງເຊົ້າ.
ຄິດໆໄປລະກະຄິດໄປເຖິງສຸພາສິດທີ່ວ່າ “ງົວສັນຫລັງຫວະ ເຫັນກາບິນຜ່ານ ກະຜະຫວາ” (ຂຽນເປັນຜາສາລາວຈັ່ງໃດຫວະ) ຄົນທີ່ມີຄວາມຫລັງ ແລະ ຄອຍແຕ່ລະແວງຄົນອຶ່ນ ຈະມີຄວາມສຸກໄດ້ຈັ່ງໃດ……
ບາງທີ ທີ່ບາງທີ່ ກໍອາດຈະບໍ່ເໝາະສຳລັບເຮົາ…. ຫຍຸດຄິດ ລະກໍໄປອາບນ້ຳ, ແລະ ຕາມດ້ວຍອາຫານທ່ຽງ ຝີມືຕົນເອງ

ຊີວິດ ຖ້າຈິງຈັງກັບມັນເກີນໄປ ຈະຫາຄວາມສຸກໄດ້ຈາກໃສ,ຖ້າປ່ອຍວາງຈົນເກີນໄປ ຊີວິດຈະມີຄ່າແນວໃດ ທາງສາຍກາງ ນີ້ລະ ຄືທາງແຫ່ງຄວາມສຸກ.
ກັບມາອີກແລ້ວ ບໍ່ຮູ້ວ່າກັບມາເທື່ອນີ້ ຈະໄດ້ດີຊຳ່ໃດ, ສະໝັກບລັອກໄວ້ ຫລາຍໆບລັອກ ແຕ່ກະບໍ່ໄດ້ຂຽນ ເດືອດຮ້ອນທາງ ມາສເຕີເພິ່ນລຶບອອກໃຫ້, ເທົ່ານັ້ນຍັງບໍ່ພໍ ກ່ອນຈະໄດ້ບລັອກນີ້ມາ ກະຍັງເດືອດຮ້ອນ ມາສເຕີເພິ່ນອີກ, ກ່ອນທີ່ຈະຂຽບລັອກ ທີ່ມີຊື່ວ່າ ຫົນທາງຊີວິດແຫ່ງນີ້ ກໍດ້ວຍການທີ່ວ່າ ຢາກຈະຈົດຈຳສິ່ງດີໆ ທີ່ໄດ້ເຄີຍຜ່ານມາ ເພື່ອວ່າວັນຫນຶ່ງ ໄດ້ກັບມາອ່ານ ຈະໄດ້ຫວນຄືນເຖິງເລື່ອງລາວ ທີ່ເຄີຍຜ່ານມາ ເພາະບາງຄັ້ງ ການຈົດຈຳມັນດ້ວຍສະຫມອງ ກະບໍ່ສາມາດເກັບໄດ້ທຸກລາຍລະອຽດ ແລະບາງຄັ້ງ ກໍຮູ້ສຶກວ່າ ຈະພາດສິ່ງດີໆ ທີ່ຄວນຈົດຈຳ ແຕ່ພັດບໍ່, ໃນຂະນະທີ່ ສິ່ງທີ່ບໍ່ຄວນຈົດຈຳ ພັດຈື່ບໍ່ລືມ
ຕື່ນມາໃນແຕ່ລະມື້ ຊີວິດ ກໍຍັງຄົງເຫມືອນເດີມ ທີ່ພ້ອມຈະເດີນຕໍ່ໄປ